Healthy Aging Prize for Asian Innovation
ສະໝັກເຂົ້າຮ່ວມຊີງລາງວັນ “ນະວັດຕະກຳຜູ້ສູງອາຍຸສຸຂະພາບດີສໍາລັບແຫ່ງອາຊີ” ຄັ້ງທີ 5!
ກໍານົດເວລາ: 15 ພຶດສະພາ 2026
ລາງວັນນະວັດຕະກຳຜູ້ສູງອາຍຸສຸຂະພາບດີແຫ່ງອາຊີ (HAPI) ມີຄວາມມຸ່ງຫວັງໃນການຮັບຮູ້ ແລະ ເສີມຂະຫຍາຍ ນະໂຍບາຍ, ແຜນງານ, ການບໍລິການ, ແລະ ຜະລິດຕະພັນ ທີ່ເປັນນະວັດຕະກຳໃໝ່ ເພື່ອຮັບມືກັບສິ່ງທ້າທາຍທີ່ສັງຄົມຜູ້ສູງອາຍຸກໍາລັງປະເຊີນຢູ່, ຊ່ວຍສົ່ງເສີມໃຫ້ຜູ້ຄົນມີຊີວິດທີ່ມີສຸຂະພາບດີ, ມີຄວາມໝາຍ ແລະ ອາຍຸຍືນຫຼາຍຂຶ້ນ, ພ້ອມກັບປັບປຸງການດູແລເບິ່ງແຍງຜູ້ສູງອາຍຸໄດ້ຢ່າງເໝາະສົມ.
ໃນໄລຍະ 30 ປີຂ້າງໜ້າ ຈໍານວນປະຊາກອນອາຍຸ 65 ປີຂຶ້ນໄປໃນພາກພື້ນອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ ຄາດວ່າຈະເພີ່ມຂຶ້ນເກືອບເປັນສອງເທົ່າ. ການແກ່ຕົວຂອງປະຊາກອນຢ່າງໄວວາແມ່ນມີຄວາມຈໍາເປັນຕ້ອງມີແນວທາງທີ່ສ້າງສັນຈາກທັງພາກລັດ ແລະ ພາກເອກະຊົນ ເພື່ອຮັບມືກັບຄວາມທ້າທາຍ ແລະ ສ້າງສັງຄົມທີ່ມີຜູ້ຄົນມີຊີວິດທີ່ສົດໃສ, ມີສຸຂະພາບດີ ແລະ ມີຄວາມເຂັ້ມແຂງ ທີ່ຜູ້ຄົນສາມາດມີຊີວິດທີ່ດີ, ຍືນຍາວ ແລະ ເກີດດອກອອກຜົນ.
ຜູ້ຊະນະເລີດ ຈະໄດ້ຮັບຂັນລາງວັນ ແລະ ຈະຖືກເຊີນເຂົ້າຮ່ວມທັດສະນະສຶກສາທີ່ປະເທດຍີ່ປຸ່ນ. ຜູ້ຊະນະທັງຫມົດຈະໄດ້ຮັບໃບຢັ້ງຢືນ ແລະ ການປະດິດສ້າງນະວັດຕະກຳຂອງພວກເຂົາຈະໄດ້ຖືກນຳສະເໜີຢ່າງໂດດເດັ່ນໃນເວັບໄຊທ໌ AHWIN. ພວກເຮົາຕ້ອງການແບ່ງປັນວິທີການແກ້ໄຂບັນຫາສັງຄົມທີ່ສາມາດຊ່ວຍໃຫ້ຜູ້ມີອາຍຸຍືນຂອງທ່ານໃຫ້ກັບຊາວໂລກ!
ລາງວັນຈະມອບໃຫ້ແກ່ ນະໂຍບາຍ, ແຜນງານ, ການບໍລິການ, ແລະ ຜະລິດຕະພັນ ທີ່ເປັນນະວັດຕະກຳໃໝ່ທີ່ປະກອບໃນສາມປະເພດດັ່ງຕໍ່ໄປນີ້:
ການດູແລ ແລະ ກາານມີສຸຂະພາບດີ
ນະວັດຕະກຳທີ່ສະໜັບສະໜູນຜູ້ດູແລ ລວມທັງຜູ້ໃຫ້ບໍລິການດ້ານສຸຂະພາບ ແລະ ສະຫວັດດີການ ເພື່ອປັບປຸງສຸຂະພາບທາງຮ່າງກາຍ ແລະ ຈິດໃຈ ຕະຫຼອດຈົນເຖິງຄຸນນະພາບຊີວິດຂອງຜູ້ສູງອາຍຸ.
ການມີສ່ວນຮ່ວມທາງສັງຄົມ
ນະວັດຕະກຳທີ່ຊ່ວຍໃຫ້ຜູ້ສູງອາຍຸຍັງຄົງມີສ່ວນຮ່ວມໃນຊຸມຊົນຂອງຕົນ ແລະ ສາມາດຊ່ວຍໃຫ້ມີການພົວພັນທີ່ດີລະຫວ່າງກຸ່ມຄົນທີ່ມີອາຍຸຕ່າງກັນ ຫຼື ລຸ້ນຕ່າງກັນ.
ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ
ນະວັດຕະກຳທີ່ເຮັດໃຫ້ບ້ານເຮືອນ, ຊຸມຊົນ ແລະ ລະບົບຂົນສົ່ງ ສາມາດເຂົ້າເຖິງໄດ້ງ່າຍ ແລະ ເໝາະສົມກັບຜູ້ສູງອາຍຸ.
(ເບິ່ງຕົວຢ່າງຂ້າງລຸ່ມ)
ວິທີການສະຫມັກ
ສໍາລັບຜູ້ທີ່ຍື່ນໃບສະໝັກບໍ່ຢູ່ໃນປະເທດຍີ່ປຸ່ນ, ແບບຟອມສະໝັກ HAPI ຈະປະກອບດ້ວຍສາມຂັ້ນຕອນດັ່ງຕໍ່ໄປນີ້.

ເພື່ອສະຫມັກຊີງລາງວັນ ກະລຸນາປະກອບແບບຟອມສະຫມັກສະບັບສັ້ນຂອງພວກເຮົາ (ພຽງ 2 ຫນ້າ) ເຊິ່ງສາມາດດາວໂຫຼດໄດ້ໂດຍໃຊ້ປຸ່ມຂ້າງລຸ່ມນີ້. ທາງພວກເຮົາຈະໃຫ້ທ່ານສົ່ງຂໍ້ມູນຫຍໍ້ກ່ຽວນະວັດຕະກຳຂອງທ່ານ ແລະ ຂໍ້ມູນການຕິດຕໍ່ໃຫ້ທາງກອງເລຂາ. ສາມາດປະກອບໃບສະຫມັກສະບັບສັ້ນໃນພາສາໃດກໍໄດ້ຈາກພາສາທາງ
ການຂອງປະເທດທີ່ເຂົ້າຮ່ວມອາຊຽນ + 3 (ASEAN+3 ປະເທດ). ສົ່ງອີເມວກັບຄືນໄປຫາກອງເລຂາທີ່ [email protected]. ໃບສະຫມັກສະບັບສັ້ນຈະຖືກແປເປັນພາສາອັງກິດໂດຍໃຊ້ບໍລິການແປພາສາ AI ແລະ ຈະໄດ້ຮັບການປະເມີນໂດຍຄະນະກໍາມະການທີ່ປຶກສາສາກົນ. ຂໍໃຫ້ຮັບຊາບວ່າການສື່ສານທັງຫມົດກັບກອງເລຂາ ຄວນເປັນພາສາອັງກິດ ຫຼື ພາສາຍີ່ປຸ່ນ.
ເພື່ອສະຫມັກຊີງລາງວັນ ກະລຸນາປະກອບແບບຟອມສະຫມັກສະບັບສັ້ນຂອງພວກເຮົາ (ພຽງ 2 ຫນ້າ) ເຊິ່ງສາມາດດາວໂຫຼດໄດ້ໂດຍໃຊ້ປຸ່ມຂ້າງລຸ່ມນີ້. ທາງພວກເຮົາຈະໃຫ້ທ່ານສົ່ງຂໍ້ມູນຫຍໍ້ກ່ຽວນະວັດຕະກຳຂອງທ່ານ ແລະ ຂໍ້ມູນການຕິດຕໍ່ໃຫ້ທາງກອງເລຂາ. ສາມາດປະກອບໃບສະຫມັກສະບັບສັ້ນໃນພາສາໃດກໍໄດ້ຈາກພາສາທາງ
ການຂອງປະເທດທີ່ເຂົ້າຮ່ວມອາຊຽນ + 3 (ASEAN+3 ປະເທດ). ສົ່ງອີເມວກັບຄືນໄປຫາກອງເລຂາທີ່ [email protected]. ໃບສະຫມັກສະບັບສັ້ນຈະຖືກແປເປັນພາສາອັງກິດໂດຍໃຊ້ບໍລິການແປພາສາ AI ແລະ ຈະໄດ້ຮັບການປະເມີນໂດຍຄະນະກໍາມະການທີ່ປຶກສາສາກົນ. ຂໍໃຫ້ຮັບຊາບວ່າການສື່ສານທັງຫມົດກັບກອງເລຂາ ຄວນເປັນພາສາອັງກິດ ຫຼື ພາສາຍີ່ປຸ່ນ.
ຜູ້ເຂົ້າຮອບສຸດທ້າຍທີ່ຖືກຄັດເລືອກຈະຖືກເຊີນໃຫ້ເຂົ້າຮ່ວມໃນການສໍາພາດທາງ ອອນໄລນ໌. ຖ້າມີຄວາມຈຳເປັນທາງຄະນະກຳມະການຈະສະໜອງລ່າມແປພສາໃຫ້. ໂດຍອີງໃສ່ການສໍາພາດເຫຼົ່ານີ້, ຄະນະກໍາມະການທີ່ປຶກສາສາກົນຈະເລືອກເອົາຫນຶ່ງລາງວັນໃຫຍ່ໃນແຕ່ລະປະເພດ ແລະ ລາງວັນຮອງຊະນະເລີດ.
ແບບຟອມສະໝັກສະບັບສັ້ນເບື້ອງຕົ້ນຄວນສຳເລັດ ແລະ ຍື່ນໃຫ້ກັບກອງເລຂາໃນລະຫວ່າງວັນທີ 2 ກຸມພາ ແລະ ວັນທີ 15 ພຶດສະພາ 2026 ນີ້.
ຖ້າຫາກວ່າທ່ານໄດ້ຍື່ນໃບສະຫມັກແລ້ວ ແລະ ຍັງບໍ່ໄດ້ຮັບໃບຮັບຮອງຈາກກອງເລຂາ, ກະລຸນາຕິດຕໍ່ຫາພວກເຮົາທີ່ [email protected].
ໝວດລາງວັນ ແລະ ຕົວຢ່າງ
ການດູແລ ແລະ ການມີສຸຂະພາບດີ
ນະວັດຕະກຳທີ່ສະໜັບສະໜູນຜູ້ດູແລ ລວມທັງຜູ້ໃຫ້ບໍລິການດ້ານສຸຂະພາບ ແລະ ສະຫວັດດີການ ເພື່ອປັບປຸງສຸຂະພາບທາງຮ່າງກາຍ ແລະ ຈິດໃຈ ຕະຫຼອດຈົນເຖິງຄຸນນະພາບຊີວິດຂອງຜູ້ສູງອາຍຸ.
- ນະວັດຕະກຳທີ່ປັບປຸງການສະໜັບສະໜູນການດູແລ ແລະ ບໍລິການທາງການແພດຕໍ່ຜູ້ສູງອາຍຸ ບໍ່ວ່າຈະໃນສະຖາບັນ ຫຼື ໃນບ້ານ
- ນະວັດຕະກຳທີ່ແກ້ໄຂຄວາມທ້າທາຍພິເສດໃນການສະໜອງການດູແລໃນເມືອງ ຫຼື ເຂດຊົນນະບົດ
- ນະວັດຕະກຳທີ່ສ້າງຄວາມຮູ້ ແລະ ທັກສະຂອງຜູ້ດູແລມາດຕະຖານ ແລະ ຜູ້ຊ່ຽວຊານທາງສຸຂະພາບ ແລະ ຜູ້ທີ່ໃຫ້ການສະໜອງການດູແລທີ່ສະໜັບສະໜູນຊີວີດການເປັນຢູ່ທີ່ດີໃຫ້ແກ່ຜູ້ໃຫ້ການດູແລ
- ຜະລິດຕະພັນນະວັດຕະກຳໃໝ່ທີ່ປັບປຸງຄຸນນະພາບການດູແລ
ການມີສ່ວນຮ່ວມທາງສັງຄົມ
ນະວັດຕະກຳທີ່ຊ່ວຍໃຫ້ຜູ້ສູງອາຍຸຍັງຄົງມີສ່ວນຮ່ວມໃນຊຸມຊົນຂອງຕົນ ແລະ ສາມາດຊ່ວຍໃຫ້ມີການພົວພັນທີ່ດີລະຫວ່າງກຸ່ມຄົນທີ່ມີອາຍຸຕ່າງກັນ ຫຼື ລຸ້ນຕ່າງກັນ.
- ນະວັດຕະກຳທີ່ຊ່ວຍໃຫ້ຜູ້ສູງອາຍຸມີການເຄື່ອນໄຫວທາງຮ່າງກາຍ ແລະ ຈິດໃຈໃນຊຸມຊົນຂອງຕົນ ຜ່ານໂອກາດໃນການຮຽນຮູ້ຕະຫຼອດຊີວິດ, ວຽກງານອາສາສະໝັກ, ການເສີມສ້າງທັກສະໃໝ່, ການສ້າງວຽກເຮັດງານທຳ ຫຼື ການມີສ່ວນຮ່ວມທາງສັງຄົມ
- ນະວັດຕະກຳທີ່ສົ່ງເສີມການປ້ອງກັນ ແລະ ຊ່ວຍໃຫ້ມີອາຍຸຍືນ ແລະ ມີສຸຂະພາບດີ ຜ່ານໂຄງການການສຶກສາ ແລະ ອອກກຳລັງກາຍ
- ນະວັດຕະກຳທີ່ສົ່ງເສີມການເຊື່ອມໂຍງແຕ່ລະລຸ້ນໃນໄວທີ່ແຕກຕ່າງກັນ
ສະພາບແວດລ້ອມທີ່ເອື້ອອໍານວຍ
ນະວັດຕະກຳທີ່ເຮັດໃຫ້ບ້ານເຮືອນ, ຊຸມຊົນ ແລະ ລະບົບຂົນສົ່ງ ສາມາດເຂົ້າເຖິງໄດ້ງ່າຍ ແລະ ເໝາະສົມກັບຜູ້ສູງອາຍຸ.
- ຜະລິດຕະພັນ, ບໍລິການ, ແລະ ໂຄງການ ທີ່ເຮັດໃຫ້ຜູ້ຄົນສາມາດອາໄສໃນບ້ານຂອງຕົນໄດ້ຢ່າງປອດໄພ ແລະ ມີຄ່າໃຊ້ຈ່າຍທີ່ສາມາດຮັບໄດ້ໃນເວລາທີ່ແກ່ເຖົ້າທີ່ສົ່ງເສີມການກຸ້ມຕົນເອງ
- ນະວັດຕະກຳ ແລະ ວິທີການທີ່ຊ່ວຍສ້າງສະພາບແວດລ້ອມທາງຮ່າງກາຍທີ່ເຂົ້າເຖິງໄດ້ ແລະ ສົ່ງເສີມການເຄື່ອນໄຫວ
- ແນວທາງນະວັດຕະກຳທີ່ແກ້ໄຂອຸປັກສັກທີ່ບໍ່ແມ່ນທາງຮ່າງກາຍ, ເຊັ່ນ ການມີອາຍຸສູງ, ການປະລະຜູ້ສູງອາຍຸ, ແລະ ການສໍ້ໂກງ
ໃນ 3 ໝວດລາງວັນ, ພວກເຮົາໃຫ້ບູລິມະສິດກັບ:
- ນະວັດຕະກຳເທັກໂນໂລຢີ—ທັງການພັດທະນາເທັກໂນໂລຢີທີ່ທັນສະໄໝ (ເຊັ່ນ ICT, ຫຸ້ນຍົນ, ປັນຍາປະດິດ ຫຼື AI) ແລະ ການນໍາເທັກໂນໂລຢີທີ່ມີຢູ່ແລ້ວໃຊ້ໃນວິທີສ້າງສັນ — ເພື່ອສະໜັບສະໜູນສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີຂອງຜູ້ສູງອາຍຸ ແລະ ຜູ້ເບິ່ງແຍງຂອງພວກເຂົາ
ນະວັດຕະກຳທີ່ແກ້ໄຂຄວາມເທົ່າທຽມ ແລະ ການມີສ່ວນຮ່ວມ ລວມທັງການລິເລີ່ມທີ່ສຸມ ໃສ່ການແບ່ງແຍກ ເຂດຊົນນະບົດ/ເຂດເທດສະບານ ຫຼື ຄວາມຕ້ອງການຂອງຄົນທີ່ມີຄວາມພິການ ແລະ ປະຊາກອນທີ່ມີຄວາມສ່ຽງອື່ນໆ
ນະວັດຕະກຳທີ່ແກ້ໄຂຄວາມກັງວົນຂອງຜູ້ສູງອາຍຸທີ່ປະສົບກັບໄພພິບັດທໍາມະຊາດ, ການລະບາດຂອງພະຍາດ, ຫຼື ວິກິດອື່ນໆ
ນະວັດຕະກຳທີ່ຊ່ວຍຜູ້ສູງອາຍຸໃນການເປັນຜູ້ນຳຢ່າງມີເປົ້າໝາຍໃນການດຳລົງຊີວິດສຳລັບນະວັດຕະກຳໃນຕອນທີ່ພວກເຂົາເລີ່ມມີອາຍຸສູງຂຶ້ນທີ່ແກ້ໄຂໂລກຫຼົງລືມ ແລະ ຜົນທະທົບຫຼາຍດ້ານ
ນະວັດຕະກໍາທີ່ແກ້ໄຂໂລກສະຫມອງເສື່ອມ ແລະ ຜົນກະທົບຫຼາຍດ້ານຂອງມັນ
ເງື່ອນໄຂສຳລັບການມີສິດໄດ້ຮັບ
ຂໍ້ກໍານົດດັ່ງຕໍ່ໄປນີ້ແມ່ນກ່ຽວຂ້ອງກັບຜູ້ສະຫມັກທຸກຄົນ:
- ຜູ້ສະຫມັກຕ້ອງເປັນອົງການເທົ່ານັ້ນ; ແລະ ຜູ້ສະໝັກສ່ວນບຸກຄົນບໍ່ມີສິດສະໝັກ. ຜູ້ສະໝັກຕ້ອງບໍ່ແມ່ນບັນດາກະຊວງສຸນກາງ/ກົມ ຫຼື ອົງການຈັດຕັ້ງສາກົນ.
- ຜູ້ສະຫມັກຕ້ອງອາໄສຢູ່ໃນປະເທດສະມາຊິກອາຊຽນ ຫຼື ຢູ່ປະເທດຈີນ (ລວມທັງເຂດປົນຄອງຕົນເອງເຊັ່ນ: ຮົງກົງ, ມາເກົາ, ແລະ ໄຕ້ຫວັນ), ຍີ່ປຸ່ນ ຫຼື ເກົາຫຼີໃຕ້.
- ຜູ້ສະຫມັກຕ້ອງເຕັມໃຈທີ່ຈະແບ່ງປັນປະສົບການຂອງຕົນກັບຄົນອື່ນ ແລະ ຕ້ອງເຕັມໃຈທີ່ຈະຕອບຄຳຖາມຈາກປະເທດອື່ນຢ່າງສຸດຄວາມສາມາດຂອງຕົນ.
- ຜູ້ສະຫມັກຕ້ອງຢູ່ໃນສະຖານະທີ່ຖືກຕ້ອງຕາມກົດຫມາຍ ແລະ ບໍ່ມີປະຫວັດການກະທຳຜິດທາງອາຍາ ຫຼື ແພງ.
- ການປະດິດສ້າງນະວັດຕະກຳຂອງຜູ້ສະຫມັກຕ້ອງເຖິງຂັ້ນໄດ້ຈັດຕັ້ງປະຕິບັດມາແລ້ວ. ລາງວັນນີ້ບໍ່ໄດ້ມີຈຸດປະສົງເພື່ອປະເມີນນະວັດຕະກຳທີ່ເປັນພຽງຂໍ້ສະເໜີ ແລະ ຍັງບໍ່ທັນໄດ້ປະຕິບັດມາກ່ອນ.
- ໃບສະຫມັກຄວນສົ່ງໂດຍອົງການທີ່ຮັບຜິດຊອບໂດຍກົງໃນການສ້າງ ຫຼື ພັດທະນານະວັດຕະກຳ. ຜູ້ທີ່ນໍາໃຊ້ຮູບແບບໂຄງການ ຫຼື ເຮັດການຕະຫຼາດດ້ານຜະລິດຕະພັນທີ່ຄົນອື່ນພັດທະນານັ້ນແມ່ນບໍ່ມີສິດ.
ເງື່ອນໄຂການຄັດເລືອກ
- ນະວັດຕະກຳ ໄດ້ເອົາໃຈໃສ່ຕໍ່ການສົ່ງເສີມສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ຫຼື ການສະໜອງການດູແລໃຫ້ແດ້ແກ່ຜູ້ສູງອາຍຸໄດ້ຢ່າງເໝາະສົມບໍ? [ຈໍາເປັນ]
- ນະວັດຕະກຳ ສະແດງເຖິງແນວທາງທີ່ສ້າງສັນ ແລະ/ຫຼື ມີເອກະລັກສະເພາະ ຕໍ່ບັນຫາທີ່ກ່ຽວຂ້ອງກັບອາຍຸບໍ? [ຈໍາເປັນ]
- ນະວັດຕະກຳ ໄດ້ສະແດງໃຫ້ເຫັນ, ຫຼື ສາມາດຄາດຫວັງໄດ້ວ່າຈະມີຜົນກະທົບ ແລະ/ຫຼື ຜົນສະທ້ອນໃນວົງກວ້າງບໍ?
- ນະວັດຕະກຳນີ້ໃຫ້ການຕອບສະຫນອງທີ່ຄຸ້ມຄ່າ ແລະ ມີປະສິດທິພາບຕໍ່ບັນຫາທີ່ຕ້ອງການຈະແກ້ໄຂບໍ?
- ນະວັດຕະກຳ ມີສ່ວນຮ່ວມໃນການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານອົງປະກອບການສ້າງຂີດຄວາມອາດສາມາດ ແລະ ການຝຶກອົບຮົມບໍ?
- ນະວັດຕະກຳ ສາມາດເຂົ້າເຖິງ ແລະ ບໍ່ເລືອກປະຕິບັດບໍ?
- ມີການສ້າງປື້ມຄູ່ມື ຫຼື ສື່ການຮຽນການສອນອື່ນໆ ທີ່ຈະອະນຸຍາດການປະດິດສ້າງສາມາດຈັດຕັ້ງປະຕີບັດ ຫຼື ນໍາໃຊ້ໃນບ່ອນອື່ນບໍ?
- ນະວັດຕະກຳ ແມ່ນມີຄວາມເປັນມາທາງວິທະຍາສາດ ແລະ/ຫຼື ມີຫຼັກຖານອ້າງອີງບໍ?
ກ່ຽວກັບລາງວັນ
ຄະນະກຳມະການຈະມອບລາງວັນໃຫຍ່ 1 ລາງວັນໃຫ້ແຕ່ນະວັດຕະກຳແຕ່ລະປະເພດ ແລະ ລາງວັນເພີ່ມຕື່ມສຳລັບວຽກງານທີ່ດີເດັນ.
ຜູ້ຊະນະລາງວັນໃຫຍ່ຈະໄດ້ຮັບຖ້ວຍລາງວັນ, ຜູ້ຊະນະທັງຫມົດຈະໄດ້ຮັບໃບຢັ້ງຢືນທີ່ລະນຶກ, ແລະ ນະວັດຕະກຳຂອງພວກເຂົາຈະຖືກສະແດງຢ່າງເດັ່ນຊັດຢູ່ໃນເວັບໄຊທ໌ AHWIN. (ໝາຍເຫດ: ທາງຄະນະກຳມະການຈະຂໍໃຫ້ຜູ້ໄດ້ຮັບລາງວັນສະໜອງຂໍ້ມູນເພີ່ມຕື່ມເຊັ່ນ: ຮູບຖ່າຍ, ແລະ ອື່ນໆ, ເພື່ອວາງສະແດງຢູ່ໃນໄຊທ໌.)
ຜູ້ໄດ້ຮັບລາງວັນຊະນະເລີດໃນແຕ່ລະປະເພດຈະຖືກເຊີນເຂົ້າຮ່ວມພິທີມອບຮັບລາງວັນ ແລະ ເຂົ້າຮ່ວມການເດີນທາງໄປທັດສະນະສຶກສາ ແລະ ກິດຈະກໍາອື່ນໆ.
ທາງຜູ້ຈັດງານຈະຮັບຜິດຊອບຄ່າເດີນທາງ ແລະ ຄ່າທີ່ພັກສຳລັບຜູ້ຕ່າງໜ້າ ໜຶ່ງທ່ານ ຈາກ ອົງກອນທີ່ໄດ້ຮັບລາງວັນຊະນະເລີດ.
“ອົງການຈັດຕັ້ງຊຸມຊົນ ຫຼື ທາງສັງຄົມ, ອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລ, ສະຖາບັນຄົ້ນຄວ້າ (ລວມທັງອົງການໃນສາຍທີ່ຕິດພັນກັບມະຫາວິທະຍາໄລ ຫຼື ສະຖາບັນທີ່ໄດ້ຮັບການສະຫນັບສະຫນູນຈາກລັດຖະບານ), ລັດຖະບານທ້ອງຖິ່ນ, ຜູ້ໃຫ້ບໍລິການ, ທຸລະກິດສ່ວນຕົວ, ຫຸ້ນສ່ວນຂອງພາກລັດ-ເອກະຊົນ, ແລະ ທຸລະກິດສັງຄົມ ແມ່ນມີສິດສະໝັກ.
ກະຊວງ /ກົມ ແລະ ອົງການຈັດຕັ້ງສາກົນບໍ່ມີສິດສະໝັກ, ແຕ່ອົງການຈັດຕັ້ງຕ່າງໆທີ່ໄດ້ຮັບທຶນສະຫນັບສະຫນູນຈາກລັດຖະບານ ຫຼື ອົງການຈັດຕັ້ງສາກົນ ອາດຈະໄດ້ຮັບການພິຈາລະນາ.
(ສໍາລັບຄໍາຖາມ, ຕິດຕໍ່ພວກເຮົາທີ່ [email protected])”
ຜູ້ສະຫມັກບໍ່ຈໍາເປັນຕ້ອງໄດ້ລົງທະບຽນເປັນນິຕິບຸກຄົນ. ຕົວຢ່າງ: ສະມາຄົມທີ່ເຕົ້າໂຮມກັນທີ່ບໍ່ເປັນທາງການ, ຫຼື ສະໂມສອນອາດຈະໄດ້ຮັບການພິຈາລະນາ.
ບໍ່. ຜູ້ສະຫມັກຕ້ອງໄດ້ຢູ່ໃນຫນຶ່ງປະເທດ/ພາກພື້ນ ດັ່ງຕໍ່ໄປນີ້:
- ບຣູໄນ
- ກຳປູເຈຍ
- ຈີນ (ລວມທັງຮົງກົງເຂດປົກຄອງຕົນເອງ, ມາເກົ້າເຂດປົກຄອງຕົນເອງ ແລະ ໄຕ້ຫວັນ)
- ອິນໂດເນເຊຍ
- ຍີ່ປຸນ
- ລາວ
- ມາເລເຊຍ
- ມ້ຽນມາ
- ຟິລິປປິນ
- ສິງກະໂປ
- ເກົາຫຼີໃຕ້
- ໄທ
- ຕີມໍເລສເຕ້
- ຫວຽດນາມ
ບໍ່. ການສະຫມັກຊີງລາງວັນແມ່ນບໍ່ເສຍຄ່າໃດໆ.
ໄດ້. ຖ້າຫາກວ່າອົງການຂອງທ່ານໄດ້ສະຫມັກໃນອະດີດຜ່ານມາ ແຕ່ບໍ່ເຄີຍໄດ້ຮັບລາງວັນຊະນະເລີດ, ທ່ານ ສາມາດສະໝັກເຂົ້າຊີງລາງໃນປີນີ້ໄດ້ອີກຄັ້ງ.
ກະລຸນາຮັບຊາບວ່າມີການປ່ຽນແປງບາງຢ່າງຢູ່ໃນແບບຟອມສະໝັກ, ດັ່ງນັ້ນເຈົ້າຈະຕ້ອງປະກອບແບບຟອມສະໝັກສະບັບໃໝ່ ແລະ ຍື່ນກ່ອນກຳນົດເວລາເພື່ອພິຈາລະນາຮັບລາງວັນ.
ໄດ້. ຖ້າຫາກມີຫຼາຍກວ່າຫນຶ່ງອົງກອນມີສ່ວນຮ່ວມໃນການສ້າງ ແລະ/ຫຼື ການຈັດຕັ້ງປະຕິບັດນະວັດຕະກຳ, ທ່ານອາດຈະລະບຸລາຍຊື່ອົງກອນຮ່ວມມືທັງຫມົດໃນແບບຟອມ. ຢ່າງໃດກໍຕາມ, ກະລຸນາ ແຕ່ງຕັ້ງຕົວແທນຈຳນວນໜຶ່ງຄົນໃນການປະສານງານກ່ຽວກັບຄໍາຮ້ອງການສະຫມັກສະບັບນີ້, ແລະ ໃຫ້ຂໍ້ມູນການຕິດຕໍ່ຂອງບຸກຄົນນັ້ນ.
ຖ້າຫາກວ່າການປະດິດສ້າງຂອງກຸ່ມທ່ານຖືກຄັດເລືອກໃຫ້ເປັນຜູ້ຊະນະລາງວັນຊະນະເລີດ, ກຸ່ມນີ້ຈະໄດ້ຮັບຂັນລາງວັນພຽງຂັນດຽວ, ແຕ່ວ່າພວກເຮົາຈະມອບໃບຢັ້ງຢືນແຍກຕ່າງຫາກໃຫ້ແກ່ທຸກໆອົງກອນທີ່ກ່ຽວຂ້ອງ.
ໂດຍທົ່ວໄປແລ້ວ, ອົງກອນຕ່າງໆສາມາດນຳໃຊ້ໜຶ່ງນະວັດຕະກຳ ເພື່ອສະໝັກຊີງລາງວັນຕໍ່ປີເທົ່ານັ້ນ.
ເຖິງຢ່າງໃດກໍ່ຕາມ, ຖ້າຫາກວ່າມີທີມງານໂຄງການ ຫຼື ພະແນກທີ່ແຕກຕ່າງກັນພາຍໃນອົງການທີ່ກໍາລັງດໍາເນີນການສ້າງນະວັດຕະກຳທີ່ແຕກຕ່າງກັນ, ພວກເຂົາກໍ່ສາມາສະໝັກໄດ້. ໃນກໍລະນີດັ່ງກ່າວ, ກະລຸນາລະບຸຊື່ພະແນກ ຫຼື ທີມງານໂຄງການໃນແບບຟອມສະໝັກລວມທັງຊື່ອົງການ.
ບໍ່. ຜູ້ສະຫມັກຄວນເອົານະວັດຕະກຳທີ່ຕົນເອງເປັນຜູ້ສ້າງເພື່ອສະໝັກເຂົ້າຊີງລາງວັນເທົ່ານັ້ນ. ຖ້າສາຂາທີ່ແຍກຕ່າງຫາກຂອງອົງການຂອງທ່ານໄດ້ສ້າງນະວັດຕະກຳທີ່ທ່ານຄິດວ່າສົມຄວນໄດ້ຮັບລາງວັນ, ກະລຸນາຊຸກຍູ້ສົ່ງເສີມພວກເຂົາໃຫ້ສະໝັກ. ຖ້າຫາກວ່າທ່ານໄດ້ມີການປັບປຸງແຜນງານ ຫຼື ຜະລິດຕະພັນຫຼາຍ ຈາກໂຕເກົ່າ ພວກເຮົາພິຈາລະນາເປັນນະວັດຕະກຳທີ່ເປັນເອກະລັກຂອງທ່ານເອງ, ດັ່ງນັ້ນທ່ານສາມາດສະໝັກໄດ້.
ຜູ້ທີ່ໄດ້ຮັບລາງວັນຈະຖືກຄັດເລືອກໂດຍການຊ່ວຍເຫຼືອຂອງຄະນະກໍາມະການທີ່ປຶກສາຫຼາຍປະເທດ. ສູງສຸດ 10 ຄົນສຸດທ້າຍຈະຖືກຄັດເລືອກໂດຍອີງໃສ່ການທົບທວນຄືນຂອງຄະນະກໍາມະການກ່ຽວກັບຄໍາຮ້ອງສະຫມັກລາຍລັກອັກສອນ. ຜູ້ເຂົ້າຮອບສຸດທ້າຍຈະເຂົ້າຮ່ວມໃນການສໍາພາດທາງອອນໄລນ໌ກັບຄະນະກໍາມະການ (ການແປພາສາຈະຖືກສະຫນອງໃຫ້ຕາມຄວາມຕ້ອງການ). ອີງຕາມການສໍາພາດ ແລະ ແບບຟອມສະຫມັກ, ຄະນະກໍາມະການຈະເລືອກເອົາຜູ້ທີ່ໄດ້ຮັບລາງວັນ.
ຂໍ້ມູນສ່ວນບຸກຄົນທີ່ໄດ້ຮັບໂດຍກອງເລຂາຮັບຜິດຊອບເລື່ອງການເຂົ້າຊີງລາງວັນ ຈະຖືກຈັດການຢ່າງເຫມາະສົມຕາມນະໂຍບາຍຄວາມເປັນສ່ວນຕົວຂອງ JCIE (http://www.jcie.or.jp/japan/privacy/) ແລະ ERIA (http://www.eria.org/privacy-policy/) ແລະ ຈະຖືກນໍາໃຊ້ເພື່ອຈຸດປະສົງຂອງແຜນງານນີ້ ຫຼື ເພື່ອການແຈກຢາຍໂດຍອົງການຂອງພວກເຮົາ, ແຈ້ງການກ່ຽວກັບຄຳຂໍດັ່ງກ່າວ, ກິດຈະກຳ ແລະ ຂ່າວສານອື່ນໆ .


